ການປະທະກັນຮອບໃໝ່ລະຫວ່າງ ປາແລັດສະຕິນ ກັບ ອິດສະຣາແອນ
ເຮັດໃຫ້ມີຜູ້ເສຍຊີວິດປະມານ 2.000 ຄົນ
ຕາມຂ່າວສານຊິນຮວາລາຍງານວັນທີ 11 ຕຸລາ ນີ້ວ່າ: ຕອນຄໍ່າວັນທີ 10 ຕຸລາ, ພາກສ່ວນສາທາລະນະສຸກເຂດກາຊາຂອງ ປາແລັດສະ
ຕິນ ໄດ້ອອກຖະແຫຼງການວ່າ: ກອງທັບອິດສະຣາແອນ ໄດ້ຫຼອນໂຈມຕີເຂດກາຊາເຮັດໃຫ້ມີຜູ້ເສຍຊີວິດ ເຖິງ 687 ຄົນ ແລະ ບາດເຈັບ
3.726 ຄົນ. ຕອນຄ່ຳມື້ດຽວກັນ, ສື່ມວນຊົນ ອິດສະຣາແອນ ລາຍງານວ່າ: ການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ກັບອິດສະຣາ
ແອນໄດ້ເຮັດໃຫ້ ອິດສະຣາແອນມີຜູ້ເສຍຊີວິດ 900 ກວ່າຄົນແລ້ວ.
ກະຊວງສາທາລະນະສຸກອິດສະຣາແອນ ລາຍງານຂ່າວໃຫ້ຮູ້ວ່າ: ຈຳນວນຜູ້ໄດ້ຮັບບາດເຈັບທີ່ ໂຮງໝໍໃຫຍ່ແຫ່ງຕ່າງໆ ໃນທົ່ວປະເທດ
ອິດສະຣາແອນຮັບເຂົ້າປິ່ນປົວໄດ້ເພີ່ມຂຶ້ນເປັນ 2.741 ຄົນ. ເຈົ້າໜ້າທີ່ລັດຖະບານອິດສະຣາແອນໃຫ້ສຳພາດ ຕໍ່ນັກຂ່າວຄາດວ່າ: ຈຳນວນຜູ້
ເສຍຊີວິດ ແລະ ບາດເຈັບ ທັງທະຫານ ແລະ ພົນລະເຮືອນຍັງຈະເພີ່ມຂຶ້ນອີກ ທັງສອງຝ່າຍບໍ່ຕ່ຳກວ່າ 2.000 ຄົນ.
ຕອນຄໍ່າມື້ດຽວກັນ, ທ່ານ ອາບູ ອູໄບດາ ໂຄສົກກອງພົນນ້ອຍກາຊັນ ທີ່ເປັນກຸ່ມປະກອບອາວຸດສັງກັດກຸ່ມຮາມາສ ອອກຖະແຫຼງການ
ວ່າ: ກຸ່ມຮາມາສ ກຽມພ້ອມແລ້ວຈະຕໍ່ສູ້ເປັນໄລຍະຍາວນານ ແລະ ກຽມພ້ອມຮັບມືຕໍ່ຄວາມຜັນແປໄປທຸກແນວທາງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023